ໂຄງຮ່າງການ
ມີ0 ຜະລິດຕະພັນ ລວມທັງຫມົດ: 0 |
ມື້ນີ້ 1 |
ມື້ວານ 3 |
Online 1 |
ຈຳນວນຄັ້ງເຂົ້າເບິ່ງ 302 |
ສະເລ່ຍ 5 |
|
|||||
|
|||||
ໃນຕອນແລງວັນທີ 19 ກໍລະກົດ 2016 ທີ່ສວນສາທາລະນະປະຕູໄຊ ນະຄອນຫຼວງວຽງຈັນ ເຂົ້າຮ່ວມມີ ທ່ານນາງ ບຸນທຽມ ວົງໄກສອນ ປະທານສະຫະພັນແມ່ຍິງຮາກຖານ ກະຊວງກະສິກໍາ ແລະປ່າໄມ້ ມີບັນດາສະມາຊິກເອື້ອຍນ້ອງແມ່ຍິງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ປະທານສະຫະພັນແມ່ຍິງຮາກຖານກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ ກິດຈະກໍາສໍາຄັນນີ້ຈັດຂຶ້ນທຸກປີ ເພື່ອເປັນການໂຄສະນາປູກຈິດສໍານຶກ ເຜີຍແຜ່ມູນເຊື້ອ ແລະ ການກໍາເນີດເຕີບໃຫຽ່ຂະຫຽາຍໂຕຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຕະຫຼອດໄລຍະ 61 ປີທີ່ຜ່ານມາ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ເຊິ່ງໜ່ວຍສະຫະພັນແມ່ຍິງຮາກຖານກະຊວງກະສິກໍາ ແລະ ປ່າໄມ້ ກໍແມ່ນໜ່ວຍງານນຶ່ງ ມີໜ້າທີ່ ບົດບາດເປັນເສນາທິການໃຫ້ແກ່ສູນກາງສະຫະພັນແມ່ຍິງລາວໃນການເຕົ້າໂຮມຄວາມສາມັກຄີເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ເຊິ່ງກໍຈັດໃຫ້ມີກິດຈະກໍາດ້ວຍຫຼາຍຮູບແບບ ແລະ ຫຼາກຫຼາຍສີສັນ ຜັດປ່ຽນກັນໃນແຕ່ລະປີ ເພື່ອຮ່ວມການສະເຫຼີມສະຫຼອງວັນດັ່ງກ່າວ ເປັນຕົ້ນ ຈັດກິດຈະກໍາປາຖະກະຖາເລົ່າມູນເຊື້ອ ກິດຈະກໍາການສະແດງສິລະປະວັນນະຄະດີ ການແຂ່ງຂັນກີລາ ແລະ ອື່ນໆ ສໍາລັບປີນີ້ຖືເປັນປີທໍາອິດໃນການຈັດກິດຈະກໍາເຕັ້ນແອໂຣບິກເພື່ອສຸຂະພາບ ແນໃສ່ເຮັດໃຫ້ເອື້ອຍນ້ອງແມ່ຍິງ ມີສຸຂະພາບແຂງແຮງ ສາມາດປະກອບສ່ວນເຂົ້າໃນໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້. ຂ່າວ/ພາບ: ເທບພະວົງ http://www.vtetoday.la |
|||||
Related items
|